ອົງການດັດສົມໂທລະຄົມມະນາຄົມ (ກະຊວງປທສ)ໄດ້ລົງເຄື່ອນໄຫວ ເກັບກຳຂໍ້ມູນ ນຳບໍລິສັດ ລັດວິສາຫະກິດຜູ້ໃຫ້ບໍລິການທາງດ້ານໂທລະຄົມມະນາຄົມ ສາຂາ ແຂວງ ສາລະວັນ
ໃນວັນທີ 21 ມັງກອນ 2019 ທີ່ຜ່ານມານີ້, ອົງການດັດສົມໂທລະຄົມມະນາຄົມ (ກະຊວງ ປທສ) ໃຫ້ກຽດຊີ້ນຳລວມ ໂດຍທ່ານ ພິສິດໄພ ກອກມິລາ ຮອງຫົວໜ້າ ອົງການດັດສົມໂທລະຄົມມະນາຄົມ ພ້ອມຄະນະຮັບຜິດຊອບ 6 ທ່ານ, ໄດ້ສົມທົບກັບ ພະແນກ ປທສ ແຂວງສາລະວັນ
ລົງເຄື່ອນໄຫວເກັບກຳຂໍ້ມູນກຽ່ວກັບສະພາບການຈັດການສົ່ງເສີມການຂາຍ-ລາຄາການຂາຍຂອງແຕ່ລະປະເພດ ການບໍລິການດ້ານໂທລະຄົມ-ອິນເຕີເນັດ,ການອະນຸຍາດດຳເນີນທຸລະກິດ ໂທລະຄົມ, ການຕິດຕັ້ງພື້ນຖານໂຄງລ່າງໂທລະຄົມມະນາຄົມ ທຸກປະເພດ, ເກັບກຳຂໍ້ມູນຕົວແທນຈຳໜ່າຍເລກໝາຍໂທລະສັບ ແລະ ການນຳໃຊ້ເລກໝາຍໂທລະສັບທຸກປະເພດ .
ນຳບັນດາ ບໍລິສັດລັດວິສາຫະກິດ ຜູ້ໃຫ້ບໍລິການທາງດ້ານໂທລະຄົມມະນາຄົມ ສາຂາແຂວງ ສາລະວັນ ແລະ ໄດ້ລົງເຄື່ອນໄຫວ ເກັບກຳຂໍ້ມູນນຳນັກສຶກສາ 70 ທ່ານ ທີ່ວິທະຍາໄລຄູ ແຂວງສາລະວັນ.